ນະໂຍບາຍຄວາມເປັນສ່ວນຕົວ
Privacy Policy · ອັບເດດຫຼ້າສຸດ 30 / 03 / 2026
ອີງຕາມກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂທຣນິກ ສະບັບເລກທີ່ 25/ສພຊ ອັນທີ 12 ພຶດສະພາ 2017 ("ກົດໝາຍ") ຖືກບັງຄັບໃຊ້ ເພື່ອແນໃສ່ປົກປ້ອງສິດຄວາມເປັນສ່ວນຕົວຂອງເຈົ້າຂອງຂໍ້ມູນສ່ວນຕົວ, ການເກັບກຳ, ການນຳໃຊ້, ຫຼື ການເປີດເຜີຍຂໍ້ມູນສ່ວນຕົວຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂທີ່ກຳນົດໄວ້ໂດຍກົດໝາຍ. ເພື່ອໃຫ້ການປະມວນຜົນຂໍ້ມູນສ່ວນຕົວຜ່ານການເຄື່ອນໄຫວດຳເນີນ ກິດຈະກຳຂອງແພລດຟອມເຊົ່າສາວ ຖືກຕ້ອງຕາມກົດໝາຍ, ລະບົບໄດ້ສ້າງຕັ້ງນະໂຍບາຍຄວາມເປັນ ສ່ວນຕົວ ເພື່ອຮັບປະກັນວ່າ ທ່ານເປັນເຈົ້າຂອງຂໍ້ມູນສ່ວນຕົວໄດ້ຮັບຮູ້ ແລະ ຮັບຮູ້ເຖິງຄວາມສຳຄັນຂອງການປົກປ້ອງຂໍ້ມູນສ່ວນຕົວທີ່ລະບົບເຊົ່າສາວຈະສະໜອງໃຫ້ຕາມກົດໝາຍ.
ນິຍາມຄຳສັບ
- ກົດໝາຍ
- ໝາຍເຖິງ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ, ກົດລະບຽບຂອງກະຊວງ, ປະກາດ, ຄຳແນະນຳ ຫຼື ມາດຕະການທີ່ອອກພາຍໃຕ້ ອຳນາດຂອງກົດໝາຍ ວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ ປີ 2017.
- ນະໂຍບາຍ
- ໝາຍເຖິງ ນະໂຍບາຍຂອງບໍລິສັດ ໂອກາດເທັກ ຈຳກັດ
- ບັນຊີ
- ໝາຍເຖິງບັນຊີທີ່ເປັນເອກະລັກທີ່ສ້າງຂຶ້ນເພື່ອໃຫ້ທ່ານເຂົ້າເຖິງການບໍລິການ ຫຼື ບາງສ່ວນຂອງການບໍລິການຂອງພວກເຮົາ.
- Application
- ໝາຍເຖິງ ເຊົ່າສາວ, ໂຄງການຊອບແອທີບໍລິສັດສະໜອງໃຫ້.
- ປະເທດ
- ໝາຍເຖິງອະທິປະໄຕອັນຄົບຖ້ວນຂອງຊາດໃດໜຶ່ງ
- ອຸປະກອນ
- ໝາຍເຖິງອຸປະກອນໃດໆກໍຕາມທີ່ສາມາດເຂົ້າເຖິງການບໍລິການເຊັ່ນ: ຄອມພິວເຕີ, ໂທລະສັບມືຖື ຫຼື ແທັບເລັດດິຈິຕອນ.
- ລະບົບ
- ໝາຍເຖິງ Xaosao
- ຂໍ້ມູນສ່ວນຕົວ
- ແມ່ນຂໍ້ມູນໃດໆທີ່ກ່ຽວຂ້ອງກັບບຸກຄົນທີ່ລະບຸຕົວຕົນ ຫຼື ສາມາດລະບຸຕົວຕົນໄດ້.
- ການບໍລິການ
- ໝາຍເຖິງແອັບພລິເຄຊັນ.
- ຜູ້ໃຊ້ບໍລິການ
- ໝາຍເຖິງຄົນຜູ້ຈ່າຍເງິນ.
- ຜູ້ໃຫ້ບໍລິການ
- ໝາຍເຖິງຜູ້ຮັບງານ, ຜູ້ມີລາຍຮັບ ແລະ ບຸກຄົນທົ່ວໄປທີ່ສະໝັກເຂົ້າບັນຊີຮັບງານ.
- ຂໍ້ມູນການນຳໃຊ້
- ໝາຍເຖິງຂໍ້ມູນທີ່ເກັບໄດ້ໂດຍອັດຕະໂນມັດ, ບໍ່ວ່າຈະມາຈາກການໃຊ້ບໍລິການ ຫຼື ຈາກໂຄງສ້າງພື້ນຖານຂອງການບໍລິການເອງ (ຕົວຢ່າງ: ໄລຍະເວລາຂອງການເຂົ້າເບິ່ງໃນລະບົບ).
- ທ່ານ
- ໝາຍເຖິງບຸກຄົນທີ່ເຂົ້າເຖິງ, ນຳໃຊ້ການບໍລິການ, ບໍລິສັດ, ນິຕິບຸກຄົນອື່ນ ໃນນາມທີ່ບຸກຄົນດັ່ງກ່າວເຂົ້າເຖິງ ແລະ ບຸກຄົນທີ່ເຂົ້າໃຊ້ການບໍລິການໃນລະບົບ.
- ຂໍ້ຕົກລົງ
- ໝາຍຄວາມວ່າ ເງື່ອນໄຂການນຳໃຊ້ ແລະ ນະໂຍບາຍຂອງລະບົບທີ່ໄດ້ກຳນົດໄວ້ຢ່າງຊັດເຈນ
- ພາກສ່ວນທີ່ສາມ
- ໝາຍເຖິງບຸກຄົນ ຫຼື ອົງການອື່ນໆ ທີ່ບໍ່ແມ່ນຄູ່ສັນຍາຫຼັກ ໃນຂໍ້ຕົກລົງ ຫຼື ການນຳໃຊ້ລະບົບເຊົ່າສາວເຊັ່ນ: ທະນາຄານ, ທະນາຄານ, ພາກລັດ ແລະ ອື່ນໆ
- ສະໝັກບັນຊີ
- ໝາຍເຖິງການຕື່ມຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງກັບຕົວເອງ ໃສ່ໃນລະບົບທີ່ວາງໄວ້ໃຫ້ຄົບຖ້ວນ.
- ການປະມວນຜົນຂໍ້ມູນສ່ວນບຸກຄົນ
- ໝາຍເຖິງການເກັບກຳ, ນຳໃຊ້, ການເປີດເຜີຍ ຫຼື ການກະທຳໃດໆກ່ຽວກັບຂໍ້ມູນສ່ວນຕົວ ຫຼື ຂໍ້ມູນສ່ວນຕົວທີ່ລະອຽດອ່ອນ. ຊຶ່ງລວມທັງບໍ່ຈຳກັດການໃນການສົ່ງຕໍ່, ໂອນ, ທຳລາຍ, ລົບ ແລະ ອື່ນໆ.
ການປະມວນຜົນຂໍ້ມູນສ່ວນຕົວ
ໃນການເກັບກຳ, ການນຳໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນ ພາຍໃຕ້ນະໂຍບາຍຂອງເຊົ່າສາວ ໄດ້ຕົກລົງເຫັນດີທີ່ຈະປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂດັ່ງຕໍ່ໄປນີ້:
ການເກັບກຳຂໍ້ມູນສ່ວນຕົວ
ບໍລິສັດ ຈະເກັບກຳຂໍ້ມູນສ່ວນຕົວຂອງທ່ານ ຕາມຈຸດປະສົງ ແລະ ໃຫ້ສອດຄ່ອງກັບກົດໝາຍ. ລະບົບອາດຈະເກັບກຳຂໍ້ມູນສ່ວນຕົວຂອງທ່ານ ຜ່ານໃບສະໝັກສະມາຊິກ xaosao ໂດຍກົງ ຫຼື ຜ່ານຊ່ອງທາງອື່ນໆດັ່ງຕໍ່ໄປນີ້:
- ລົງທະບຽນຜ່ານເບີໂທລະສັບ
- ການລົງທະບຽນຜ່ານອີເມວ
- ລົງທະບຽນຜ່ານແອັບພລິເຄຊັນ Facebook
- ການລົງທະບຽນຜ່ານແອັບພລິເຄຊັນ Google
ນອກຈາກນັ້ນ, ຈະເກັບກຳຂໍ້ມູນສ່ວນຕົວຂອງທ່ານ ແລະ ຂອງຄົນອື່ນໆ (ຖ້າມີ) ຈາກຊ່ອງທາງການສື່ສານ. ໂດຍໄດ້ຮັບການຍັ້ງຍືນວ່າ ການເປີດເຜີຍ ຫຼື ການສະໜອງຂໍ້ມູນສ່ວນຕົວຂອງຄົນອື່ນໃນ xaosao ແມ່ນຖືກຕ້ອງຕາມກົດໝາຍ.
ໃນກໍລະນີ ທີ່ຂໍ້ມູນສ່ວນຕົວຂອງທ່ານ ໄດ້ມາຈາກທາງອື່ນ, ພວກເຮົາຈະດຳເນີນການພາຍໃນ 30 ມື້ ນັບຕັ້ງແຕ່ວັນທີຂໍ້ມູນສ່ວນຕົວຂອງທ່ານຖືກເກັບໄວ້ໃນລະບົບຄື:
- ແຈ້ງໃຫ້ທ່ານຮັບຮູ້ ກ່ຽວກັບການເກັບກຳຂໍ້ມູນສ່ວນຕົວຈາກແຫຼ່ງອື່ນໆ;
- ໄດ້ຮັບການຍິນຍອມເຫັນດີຈາກທ່ານ ແລະ ເວັ້ນເສຍແຕ່ ໄດ້ຮັບອະນຸຍາດໃຫ້ເກັບກຳຕາມກົດໝາຍ;
- ແຈ້ງໃຫ້ທ່ານຮັບຮູ້ ກ່ຽວກັບຈຸດປະສົງຂອງການເກັບກຳໃໝ່ ສຳລັບການນຳໃຊ້ ຫຼື ການເປີດເຜີຍຂໍ້ມູນສ່ວນບຸກຄົນເຊັ່ນ: ການສ້າງ ແລະ ການຄຸ້ມຄອງບັນຊີຜູ້ໃຊ້ໃນ xaosao;
- ແຈ້ງໃຫ້ທ່ານຮັບຮູ້ ກ່ຽວກັບກໍລະນີທີ່ທ່ານຈຳເປັນຕ້ອງໃຫ້ຂໍ້ມູນສ່ວນບຸກຄົນ ເພື່ອປະຕິບັດຕາມກົດໝາຍ ຫຼື ສັນຍາ ໃນບ່ອນທີ່ຈຳເປັນຕ້ອງໃຫ້ຂໍ້ມູນສ່ວນບຸກຄົນ ເພື່ອເຮັດສັນຍາ ແລະ ແຈ້ງໃຫ້ທ່ານຮູ້ເຖິງຜົນສະທ້ອນທີ່ອາດຈະເປັນໄປໄດ້ຂອງການບໍ່ໃຫ້ຂໍ້ມູນສ່ວນບຸກຄົນ;
- ແຈ້ງໃຫ້ທ່ານຮັບຮູ້ກ່ຽວກັບປະເພດຂອງຂໍ້ມູນສ່ວນບຸກຄົນ ທີ່ຈະໄດ້ຮັບການເກັບກຳ, ໄລຍະເວລາ ຂອງການເກັບກຳ ແລະ ໄລຍະການເກັບກຳ;
- ແຈ້ງໃຫ້ທ່ານຮັບຮູ້ກ່ຽວກັບປະເພດຂອງບຸກຄົນ ຫຼື ໜ່ວຍງານທີ່ຂໍ້ມູນສ່ວນບຸກຄົນ ອາດຈະໄດ້ຮັບການເປີດເຜີຍເຊັ່ນ: ຊື່, ສະຖານທີ່ ແລະ ຂໍ້ມູນຕິດຕໍ່ສຳລັບເຈົ້າໜ້າທີ່ປົກປ້ອງຂໍ້ມູນສ່ວນຕົວ;
- ແຈ້ງໃຫ້ທ່ານຮັບຮູ້ກ່ຽວກັບສິດທິທາງກົດໝາຍຂອງທ່ານ.
ປະເພດຂອງຂໍ້ມູນສ່ວນຕົວ
- ຂໍ້ມູນການລະບຸຕົວຕົນລວມມີ: ຮູບພາບຂອງຜູ້ສະໝັກ, ຊື່, ນາມສະກຸນ, ອາຍຸ, ວັນເດືອນປີເກີດ ແລະ ອື່ນໆ;
- ຂໍ້ມູນຕິດຕໍ່ປະກອບມີ: ທີ່ຢູ່, ເບີໂທລະສັບ, ທີ່ຢູ່ອີເມວ ແລະ ອື່ນໆ;
- ຂໍ້ມູນບັນຊີ xaosao ປະກອບມີ: ບັນຊີຜູ້ໃຊ້, ປະຫວັດການນຳໃຊ້ທີ່ສົມບູນ ແລະ ອື່ນໆ;
- ຫຼັກຖານການລະບຸຕົວຕົນປະກອບມີ: ຂໍ້ມູນຂອງຜູ້ໃຊ້ບໍລິການຕ້ອງມີເບີໂທ ແລະ ອື່ນໆ;
- ຂໍ້ມູນທຸລະກຳ ແລະ ການເງິນປະກອບມີ: ປະຫວັດການເຕີມເງິນ, ຈ່າຍເງິນ, ຄືນເງິນ, ຈ່າຍຄ່າບໍລິການ ແລະ ອື່ນໆ.
ຈຸດປະສົງຂອງນະໂຍບາຍຄວາມເປັນສ່ວນຕົວ
- ເພື່ອສ້າງ ແລະ ຈັດການບັນຊີຜູ້ໃຊ້ກັບ xaosao
- ເພື່ອຈ່າຍຄ່າທຳນຽມການໃຊ້ບໍລິການ
- ເພື່ອສະໜອງການບໍລິການຫຼັງການໃຊ້ບໍລິການ
- ເພື່ອເກັບກຳຂໍ້ຄິດເຫັນ
- ເພື່ອປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງ xaosao
- ເພື່ອປ້ອງກັນການນຳໃຊ້ໃນທາງທີ່ເໝາະສົມ ແລະ ຖືກຕ້ອງ, ບໍ່ລະເມີດຂໍ້ກຳນົດ ແລະ ເງື່ອນໄຂ ເຊັ່ນ: ການປ້ອງກັນຂໍ້ມູນຂອງຜູ້ໃຊ້ບໍລິການທີ່ຮົ່ວໄຫຼ ແລະ ການລະທຳຂອງຜູ້ໃຊ້ບໍລິການທີ່ບໍ່ເໝາະສົມ;
- ເພື່ອໃຊ້ສິດທາງດ້ານກົດໝາຍ ຫຼື ແກ້ໄຂຂໍ້ຂັດແຍ່ງທີ່ອາດຈະເກີດຂຶ້ນຈາກການນຳໃຊ້ xaosao;
- ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງລັດ;
- ດຳເນີນກິດຈະກຳການຕະຫຼາດ ແລະ ການສົ່ງເສີມໃນລັກສະນະທີ່ບໍ່ເປີດເຜີຍ;
- ເພື່ອປັບປຸງຜະລິດຕະພັນ, ບໍລິການ ຫຼື ປະສົບການຂອງຜູ້ໃຊ້ ໃນລັກສະນະທີ່ສາມາດກຳນົດໄດ້.
ເກັບກຳຂໍ້ມູນສ່ວນບຸກຄົນໂດຍບໍ່ມີການຍິນຍອມເຫັນດີ
ເພື່ອປ້ອງກັນສະຫວັດດີພາບຂູ່ຕໍ່ຊີວິດ ແລະ ຮ່າງກາຍ ທາງດ້ານສຸຂະພາບຂອງທ່ານເຊັ່ນ: ການວິເຄາະ ຫຼື ການປະເມີນຄວາມສາມາດໃນການເຂົ້າຮ່ວມໃນການໃຫ້ບໍລິການ ແລະ ການໃຊ້ບໍລິການ.
ເພື່ອປະຕິບັດສັນຍາ ທີ່ທ່ານເປັນຝ່າຍປະຕິບັດຕາມຄຳຮ້ອງຂອງຂໍ ກ່ອນທີ່ຈະເຂົ້າໄປໃນສັນຍາດັ່ງກ່າວເຊັ່ນ: ການສ້າງ ແລະ ການຄຸ້ມຄອງບັນຊີຜູ້ໃຊ້ໃນລະບົບ xaosao.
ການເກັບກຳຂໍ້ມູນຈາກການຮ້ອງຂໍການຍິນຍອມ
ໃນກໍລະນີທີ່ບໍລິສັດບໍ່ສາມາດເກັບກຳຂໍ້ມູນສ່ວນບຸກຄົນ ໂດຍບໍ່ມີການຍິນຍອມເຫັນດີ ຊຶ່ງປະກອບມີ: ການລວບລວມຂໍ້ມູນສ່ວນບຸກຄົນ ເພື່ອຈຸດປະສົງການຕະຫຼາດ ແລະ ການໂຄສະນາ, ການປັບປຸງຜະລິດຕະພັນ ແລະ ການບໍລິການ ຫຼື ການປັບປຸງປະສົບການຂອງຜູ້ໃຊ້ ແລະ ອື່ນໆ.
ລະບົບຈະແຈ້ງໃຫ້ທ່ານຊາບກ່ຽວກັບຈຸດປະສົງຂອງການເກັບກຳ, ການນຳໃຊ້, ເປີດເຜີຍຂໍ້ມູນສ່ວນບຸກຄົນ ໃນເວລາທີ່ມີຄວາມຈຳເປັນ ແລະ ຈະພິຈາລະນາສິດເສລິພາບຂອງທ່ານໃນການໃຫ້ການຍິນຍອມເຫັນດີ ຫຼື ບໍ່.
ລະບົບຈະບໍ່ເກັບກຳ, ນຳໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງຜູ້ທີ່ຍັງບໍ່ທັນໄດ້ເຖິງອາຍຸ ທີ່ທາງກົດໝາຍ ບໍ່ອະນຸຍາດເຊັ່ນ: ໃນກໍລະນີທີ່ຜູ້ທີ່ມີອາຍຸບໍ່ເຖິງ 18 ປີ ແມ່ນຈະບໍ່ໄດ້ຮັບການຍືນຍັນ.
ຖ້າລະບົບຮູ້ວ່າ ຂໍ້ມູນສ່ວນຕົວໄດ້ຖືກເກັບກຳຈາກຜູ້ທີ່ອາຍຸບໍ່ເຖິງ 18 ປີ ແມ່ນລະບົບຈະລົບ ຫຼື ທຳລາຍຂໍ້ມູນສ່ວນຕົວໃນທັນທີ.
ການປະມວນຜົນຂໍ້ມູນສ່ວນຕົວ ໃຫ້ສອດຄ່ອງກັບຂໍ້ກຳນົດ ແລະ ເງື່ອນໄຂ
ລະບົບມີຄວາມຕ້ອງການທີ່ຈະປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ ເພື່ອຈຸດປະສົງໃນການຄອບຄຸມການນຳ ໃຊ້ໃຫ້ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ. ຖ້າບຸກຄົນໃດທີ່ລະເມີດຂໍ້ກຳນົດ ແລະ ເງື່ອນໄຂ ບໍ່ວ່າ, ຜູ້ໃຫ້ບໍລິການ ຫຼື ຜູ້ໃຊ້ບໍລິການ ກ່ອນຈະສະໝັກ ທ່ານໄດ້ຮັບຮູ້ ແລະ ຕົກລົງເຫັນດີວ່າ ຂໍ້ກຳນົດເຫຼົ່ານີ້ມີເປັນທີ່ຮຽບຮ້ອຍແລ້ວ. ຖ້າວ່າ ມີບຸກຄົນອື່ນໃຊ້ສິດ ໃນການຄັດຄ້ານການປະມວນຜົນຂໍ້ມູນສ່ວນຕົວ, ຮ້ອງຂໍໃຫ້ລົບ ຫຼື ທຳລາຍຂໍ້ມູນສ່ວນຕົວ, ໂຈະການໃຊ້ຂໍ້ມູນສ່ວນຕົວ ແລະ ສິດອື່ນໆຂອງຄົນອື່ນ ແມ່ນບຸກຄົນນັ້ນ ອາດຈະຖືກຈຳກັດສິດທິໃນການເຂົ້າເຖິງ xaosao ໄດ້.
ຂໍ້ມູນທີ່ຕ້ອງໄດ້ຮັບການແຈ້ງ ໃນເວລາທີ່ເກັບກຳຂໍ້ມູນສ່ວນບຸກຄົນ
ລະບົບຈະແຈ້ງໃຫ້ທ່ານຮັບຮູ້ລາຍລະອຽດ ໃນເວລາເກັບກຳຂໍ້ມູນສ່ວນຕົວ ເວັ້ນເສຍແຕ່ວ່າ ທ່ານຮັບຮູ້ລາຍລະອຽດເຫຼົ່ານີ້ດີແລ້ວເຊັ່ນ:
- ຈຸດປະສົງຂອງການເກັບກຳ ແລະ ການນຳໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນ ແມ່ນພວກເຮົາແຈ້ງໃຫ້ທ່ານຮັບຮູ້ ກ່ຽວກັບກໍລະນີ ທີ່ທ່ານຈຳເປັນຕ້ອງໃຊ້ຂໍ້ມູນສ່ວນບຸກຄົນ ເພື່ອປະຕິບັດຕາມກົດໝາຍ, ບ່ອນທີ່ມັນຈຳເປັນຕ້ອງໃຊ້ຂໍ້ມູນສ່ວນບຸກຄົນ ເພື່ອເຮັດສັນຍາ ແລະ ລວມທັງຜົນກະທົບທີ່ອາດຈະເກີດຂຶ້ນ ຂອງການບໍ່ໃຊ້ຂໍ້ມູນສ່ວນບຸກຄົນ;
- ຂໍ້ມູນສ່ວນບຸກຄົນທີ່ຈະເກັບກຳ, ໄລຍະເວລາທີ່ຈະເກັບກຳ ແລະ ໄລຍະເວລາທີ່ຂໍ້ມູນຈະຖືກເກັບກຳ;
- ປະເພດຂອງບຸກຄົນ ຫຼື ໜ່ວຍງານທີ່ເກັບກຳຂໍ້ມູນສ່ວນຕົວອາດຈະຖືກເປີດເຜີຍ;
- ຂໍ້ມູນກ່ຽວກັບເຮົາເຊັ່ນ: ຊື່, ທີ່ຢູ່ຕິດຕໍ່ ແລະ ວິທີການຕິດຕໍ່ກັບເຈົ້າໜ້າທີ່ປົກປ້ອງຂໍ້ມູນສ່ວນຕົວ;
- ສິດທິທາງດ້ານກົດໝາຍຂອງເຈົ້າ.
ການໃຊ້ຂໍ້ມູນສ່ວນບຸກຄົນ
ລະບົບຈະໃຊ້ຂໍ້ມູນສ່ວນຕົວຂອງທ່ານ ສຳລັບຈຸດປະສົງທີ່ຈຳເປັນຕ້ອງເກັບກຳ ຫຼື ໄດ້ຮັບອະນຸຍາດໂດຍກົດໝາຍ.
ການເປີດເຜີຍຂໍ້ມູນສ່ວນບຸກຄົນ
ລະບົບອາດຈະເປີດເຜີຍ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ຄະນະທຳມະການ, ຜູ້ຖືທຸ້ນ, ພະນັກງານ, ຜູ້ຮັບເໝົາຍ່ອຍ ຫຼືບຸກຄະລາກອນພາຍໃນ ເພື່ອຈຸດປະສົງທີ່ຈຳເປັນພາຍໃຕ້ເງື່ອນໄຂທີ່ກຳນົດ ສຳລັບການລວບລວມຂໍ້ມູນສ່ວນບຸກຄົນ ຫຼື ຕາມກົດໝາຍທີ່ກຳນົດໄວ້. ນອກຈາກນັ້ນ, ລະບົບອາດຈະເປີດເຜີຍ ຫຼື ສົ່ງຕໍ່ຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບບໍລິສັດໃນເຄືອ, ບໍລິສັດຍ່ອຍ ຫຼື ບໍລິສັດສ້າງຕັ້ງໃໝ່ທີ່ບໍລິສັດຖືທຸ້ນ.
ບໍລິສັດອາດຈະເປີດເຜີຍ ຫຼື ສົ່ງຂໍ້ມູນສ່ວນຕົວຂອງເຈົ້າໄປໃຫ້ບຸກຄົນພາຍນອກ ("ຕົວປະມວນຜົນຂໍ້ມູນສ່ວນຕົວ"), ລວມທັງຜູ້ໃຫ້ບໍລິການເຊີບເວີໃນຕ່າງປະເທດ, ຜູ້ໃຊ້ບໍລິການພາຍນອກ, ຄູ່ຮ່ວມທຸລະກິດ ຫຼື ອົງການຂອງລັດຖະບານ ແລະ ອື່ນໆ.
ລະບົບຈະຄອບຄຸມ ແລະ ຄອບຄຸມໂປເຂດເຊິ່ງຂໍ້ມູນສ່ວນຕົວ ເພື່ອຮັບປະກັນວ່າ ພວກເຮົາຕອບສະໜອງໄດ້ ຕາມມາດຕະຖານການປົກປ້ອງຂໍ້ມູນສ່ວນຕົວ ທີ່ກຳນົດໄວ້ຕາມກົດໝາຍຜ່ານສັນຍາ ຫຼື ຂໍ້ຕົກລົງການປະມວນຜົນຂໍ້ມູນສ່ວນຕົວ.
ການເປີດເຜີຍຂໍ້ມູນຂ້າມພົມແດນ
ໃນກໍລະນີທີ່ຂໍ້ມູນສ່ວນຕົວຂອງທ່ານຖືກເປີດເຜີຍ ຫຼື ສົ່ງຕໍ່ໄປຍັງປະເທດປາຍທາງ ຫຼື ອົງການສາກົນທີ່ໄດ້ ຮັບຂໍ້ມູນສ່ວນຕົວ, ເຮົາເຈົ້າຈະໃຊ້ມາດຕະຖານການປົກປ້ອງຂໍ້ມູນສ່ວນຕົວ ບໍ່ຕ່ຳກວ່າທີ່ກົດໝາຍກຳນົດໄວ້, ໂດຍຜ່ານສັນຍາ ຫຼື ຂໍ້ຕົກລົງການປະມວນຜົນຂໍ້ມູນສ່ວນຕົວ ເວັ້ນເສຍແຕ່:
- ໄດ້ຮັບການຍິນຍອມເຫັນດີຈາກທ່ານ ໂດຍການແຈ້ງໃຫ້ທ່ານຮູ້ກ່ຽວກັບມາດຕະຖານການປົກປ້ອງຂໍ້ມູນສ່ວນບຸກຄົນທີ່ບໍ່ພຽງພໍຂອງປະເທດປາຍທາງ ຫຼື ອົງການຈັດຕັ້ງສາກົນທີ່ເກັບກຳຂໍ້ມູນສ່ວນບຸກຄົນ;
- ປະຕິບັດຕາມກົດໝາຍ;
- ມີຄວາມຈຳເປັນສຳລັບການປະຕິບັດສັນຍາ ທີ່ເຈົ້າເປັນພາຄີ ຫຼື ດຳເນີນການຕາມຄຳຮ້ອງຂໍຂອງທ່ານກ່ອນທີ່ຈະເຂົ້າໄປໃນສັນຍານັ້ນ;
- ມີຄວາມຈຳເປັນສຳລັບການປະຕິບັດສັນຍາລະຫວ່າງ ທ່ານກັບບຸກຄົນອື່ນ ເພື່ອຜົນປະໂຫຍດຂອງທ່ານ;
- ມີຄວາມຈຳເປັນສຳລັບຜົນປະໂຫຍດສາທາລະນະທີ່ສຳຄັນ;
- ລະບົບຈະຄອບຄຸມ ແລະ ຊີ້ນຳການປະຕິບັດຂໍ້ມູນສ່ວນບຸກຄົນ ເພື່ອປະຕິບັດໜ້າທີ່ດັ່ງຕໍ່ໄປນີ້: ເກັບກຳ, ນຳໃຊ້ ແລະ ເປີດເຜີຍຂໍ້ມູນສ່ວນບຸກຄົນ ຕາມຈຸດປະສົງໃນຄຳແນະນຳທີ່ໄດ້ຮັບຈາກລະບົບ.
ໄລຍະເວລາຂອງການປະມວນຜົນຂໍ້ມູນສ່ວນຕົວ
ລະບົບຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານ ສຳລັບໄລຍະເວລາທີ່ຈຳເປັນໃນການເຂົ້ານຳໃຊ້ການບໍລິການ ໃນບັນຊີຂອງທ່ານ ຫຼື ສຳລັບໄລຍະເວລາທີ່ຈຳເປັນທີ່ມີການກຳນົດໄວ້ໃນນະໂຍບາຍນີ້ ຫຼື ຕາມກົດໝາຍ ທີ່ກຳນົດໄວ້.
ໃນກໍລະນີທີ່ທ່ານລົບບັນຊີຂອງທ່ານ ລະບົບຈະຮັກສາຂໍ້ມູນສ່ວນຕົວຂອງທ່ານ ສຳລັບໄລຍະເວລາທີ່ຈຳເປັນ ເພື່ອບັນລຸຈຸດປະສົງທີ່ກຳນົດໄວ້ໃນນະໂຍບາຍນີ້ ຫຼື ຕາມກົດໝາຍທີ່ກຳນົດໄວ້.
ສິດທິຂອງທ່ານໃນຂໍ້ມູນສ່ວນຕົວ
ທ່ານສາມາດໃຊ້ສິດບາງຢ່າງທີ່ທ່ານມີກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານ ຕາມລາຍລະອຽດຂ້າງລຸ່ມນີ້:
- ສິດທິໃນການຖອນການຍິນຍອມ
ທ່ານມີສິດທີ່ຈະຖອນການຍິນຍອມເຫັນດີຂອງທ່ານ ຕໍ່ການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ ທີ່ທ່ານໄດ້ສະໜອງໃຫ້ລະບົບ. ເຖິງຢ່າງໃດກໍຕາມ, ການຖອນຕົວ ຫຼື ລົບອອກຈາກລະບົບດັ່ງກ່າວ ຈະບໍ່ສົ່ງຜົນກະທົບຕໍ່ການເກັບກຳ, ນຳໃຊ້ ແລະ ການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານຢ່າງ ຖືກຕ້ອງຕາມກົດໝາຍ ໃນລະຫວ່າງໄລຍະເວລາທີ່ທ່ານໄດ້ໃຫ້ການຍິນຍອມ.
- ສິດທິໃນການເຂົ້າເຖິງ ແລະ ຮ້ອງຂໍສຳເນົາຂໍ້ມູນສ່ວນຕົວ
ທ່ານມີສິດໃນການເຂົ້າເຖິງ ແລະ ຮ້ອງຂໍສຳເນົາຂໍ້ມູນສ່ວນຕົວຂອງທ່ານ ແມ່ນຢູ່ໃນຮູບແບບທີ່ ສາມາດອ່ານໄດ້ ຫຼື ໃຊ້ໄດ້ທົ່ວໄປ ແລະ ຂໍ້ມູນສ່ວນບຸກຄົນສາມາດຖືກນຳໃຊ້ ຫຼື ເປີດເຜີຍ ໂດຍ ການອັດຕະໂນມັດ.
- ສິດທິໃນການຮ້ອງຂໍການສົ່ງ ຫຼື ການໂອນຂໍ້ມູນສ່ວນບຸກຄົນ
ທ່ານມີສິດຮ້ອງຂໍໃຫ້ລະບົບສົ່ງ ຫຼື ໂອນຂໍ້ມູນສ່ວນຕົວຂອງທ່ານໃນຮູບແບບທີ່ອ່ານໄດ້, ນຳໃຊ້ໄດ້ ແລະ ຂໍ້ມູນສ່ວນຕົວສາມາດນຳໃຊ້ ຫຼື ເປີດເຜີຍໂດຍວິທີການອັດຕະໂນມັດໄປຫາຜູ້ຄອບຄຸມຂໍ້ມູນອື່ນ.
- ສິດທິໃນການແກ້ໄຂຂໍ້ມູນສ່ວນຕົວ
ທ່ານມີສິດຮ້ອງຂໍໃຫ້ລະບົບແກ້ໄຂຂໍ້ມູນສ່ວນຕົວຂອງທ່ານ ເພື່ອໃຫ້ແມ່ນໃຈວ່າ ມັນຖືກຕ້ອງ, ປະຈຸບັນ, ຄົບຖ້ວນ ແລະ ບໍ່ເຂົ້າໃຈຜິດ.
- ສິດທິຈະຄັດຄ້ານການປະມວນຜົນຂໍ້ມູນສ່ວນຕົວ
ທ່ານມີສິດທີ່ຈະຄັດຄ້ານການເກັບກຳ, ນຳໃຊ້ ຫຼື ການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານທີ່ລະບົບ ປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ ເພື່ອຈຸດປະສົງຕໍ່ໄປນີ້:
- ກ່ຽວກັບຜົນປະໂຫຍດຂອງສາທາລະນະ;
- ກ່ຽວກັບອຳນາດຂອງລັດ;
- ກ່ຽວກັບການຕະຫຼາດໂດຍກົງ;
- ກ່ຽວກັບການຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ຫຼື ສະຖິຕິ.
- ສິດທິໃນການຮ້ອງຂໍ ການລົບຫຼືທຳລາຍຂໍ້ມູນສ່ວນບຸກຄົນ
ທ່ານມີສິດທີ່ຈະຮ້ອງຂໍໃຫ້ລົບ, ການທຳລາຍ ແລະ ການປິດຕົວຂອງຂໍ້ມູນສ່ວນບຸກຄົນໃນກໍລະນີດັ່ງຕໍ່ໄປນີ້:
- ເມື່ອຂໍ້ມູນສ່ວນຕົວບໍ່ຈຳເປັນຕໍ່ຈຸດປະສົງທີ່ມັນຖືກປະມວນຜົນ;
- ເມື່ອເຫດການໃດໆກໍ່ຕາມ, ບໍ່ມີສິດອຳນາດທາງກົດໝາຍ ໃນການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ;
- ເມື່ອທ່ານໃຊ້ສິດທີ່ຈະຖອນການຍິນຍອມເຫັນດີຂອງທ່ານຕໍ່ການປະມວນຜົນຂໍ້ມູນສ່ວນຕົວຂອງເຈົ້າ ແລະ ບໍລິສັດ ບໍ່ມີສິດອຳນາດທາງກົດໝາຍ ທີ່ຈະສືບຕໍ່ປະມວນຜົນຂໍ້ມູນສ່ວນຕົວຂອງເຈົ້າອີກຕໍ່ໄປ;
- ໃນເວລາທີ່ທ່ານຄັດຄ້ານການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ ແລະ ບໍລິສັດຈະຕ້ອງປະຕິບັດຕາມຄຳຮ້ອງຂໍຂອງທ່ານ.
- ສິດທິໃນການຈຳກັດການນຳໃຊ້ຂໍ້ມູນສ່ວນຕົວ
ທ່ານມີສິດຮ້ອງຂໍໃຫ້ຂໍ້ມູນສ່ວນຕົວຂອງທ່ານຖືກຈຳກັດບໍ່ໃຫ້ໃຊ້ໃນກໍລະນີຕໍ່ໄປນີ້:
- ໃນລະຫວ່າງທີ່ ກຳລັງກວດສອບ ແລະ ແກ້ໄຂສິດທິຂອງຂໍ້ມູນສ່ວນຕົວຂອງທ່ານ ເພື່ອຮັບປະກັນວ່າມັນຖືກຕ້ອງ, ຄົບຖ້ວນສົມບູນ ແລະ ບໍ່ເຂົ້າໃຈຜິດ;
- ເມື່ອຢູ່ໃນລະຫວ່າງ ການສິດທິຂອງທ່ານທີ່ຈະຄັດຄ້ານການເກັບກຳ, ນຳໃຊ້ ແລະ ການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ໃນໄລຍະເວລາທີ່ກຳລັງຖືກວດສອບ;
- ເມື່ອຂໍ້ມູນສ່ວນຕົວ ໝົດຄວາມຈຳເປັນຕ້ອງເກັບຮັກສາໄວ້ຕໍ່ຂອງການປະມວນຜົນ, ແຕ່ຍັງສາມາດຮ້ອງຂໍໃຫ້ເກັບຮັກສາມັນໄວ້ໄດ້ ເພື່ອຈຸດປະສົງຂອງການຮຽກຮ້ອງທາງກົດໝາຍ, ປະຕິບັດຕາມ ຫຼື ປະຕິບັດການຮຽກຮ້ອງທາງກົດໝາຍ ຫຼື ປົກປ້ອງການຮຽກຮ້ອງທາງກົດໝາຍ.
- ສິດທິໃນການຮ້ອງທຸກ
ຖ້າທ່ານເຊື່ອວ່າ ຂໍ້ມູນສ່ວນຕົວຂອງທ່ານຖືກປະມວນຜົນໃນລັກສະນະທີ່ບໍ່ສອດຄ່ອງກັບຈຸດປະສົງ ທີ່ມັນຖືກເກັບກຳ ຫຼື ຖືກອະນຸຍາດໂດຍກົດໝາຍ, ທ່ານມີສິດທີ່ຈະຍື່ນຄຳຮ້ອງທຸກກັບບໍລິສັດກ່ຽວ ກັບການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ.
ທ່ານສາມາດໃຊ້ສິດ ໃນການຮ້ອງຂໍໃຫ້ລະບົບດຳເນີນການຕາມຄຳຮ້ອງຂໍຂອງທ່ານ ຜ່ານບັນຊີຂອງທ່ານ ຫຼື ອີເມວຂອງລະບົບ ຕາມລາຍລະອຽດຂ້າງລຸ່ມນີ້:
- ສິດທິຂອງເຈົ້າຂອງຂໍ້ມູນສ່ວນຕົວ ຊ່ອງທາງການຕິດຕໍ່ ເວລາປະມວນຜົນ (ພາຍໃນມື້);
- ດຳເນີນການດ້ວຍຕົນເອງຢູ່ໃນເວັບໄຊ້ xaosao (ພາຍໃນ 7 ວັນ);
- ສິດທິໃນການຮ້ອງຂໍການເຂົ້າເຖິງ ແລະ ຮັບສຳເນົາຂໍ້ມູນສ່ວນຕົວ (ທັນທີ);
- ສິດໃນການຮ້ອງຂໍໃຫ້ສົ່ງ ຫຼື ການໂອນຂໍ້ມູນສ່ວນບຸກຄົນ (ພາຍໃນ 30 ວັນ);
- ສິດໃນການຮ້ອງຂໍການແກ້ໄຂຂໍ້ມູນສ່ວນຕົວ (ທັນທີ);
- ສິດທິໃນການຄັດຄ້ານການປະມວນຜົນຂໍ້ມູນສ່ວນຕົວ (ພາຍໃນ 30 ວັນ);
- ສິດທີ່ຈະຮ້ອງຂໍໃຫ້ລົບ ຫຼື ທຳລາຍຂໍ້ມູນສ່ວນບຸກຄົນ (ພາຍໃນ 30 ວັນ);
- ສິດທີ່ໃນການລະງັບການນຳໃຊ້ຂໍ້ມູນສ່ວນຕົວ (ພາຍໃນ 30 ວັນ).
ໝາຍເຫດ: ເວລາປະມວນຜົນ ແມ່ນຕິດໄລ່ຈາກວັນທີທີ່ xaosao ໄດ້ຮັບເອກະສານຄົບຖ້ວນ.
ນອກຈາກນັ້ນ, ຖ້າທ່ານມີຄຳຖາມ ຫຼື ຄຳແນະນຳໃດໆ ກ່ຽວກັບການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ, ທ່ານສາມາດຕິດຕໍ່ເຈົ້າໜ້າທີ່ປົກປ້ອງຂໍ້ມູນຂອງລະບົບ ຜ່ານຊ່ອງທາງການຕິດຕໍ່ທີ່ສະໜອງໃຫ້.
Xaosao ສະໜອງສິດທີ່ຈະປະຕິເສດການປະຕິບັດຕາມຄຳຮ້ອງຂໍຂອງທ່ານ ຖ້າຫາກວ່າ ຄຳຮ້ອງຂໍຂອງ ທ່ານບໍ່ສົມເຫດສົມຜົນ ຫຼື ບໍລິສັດມີສິດທາງກົດໝາຍ ທີ່ຈະສືບຕໍ່ປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ. ໃນກໍລະນີທີ່ xaosao ບໍ່ສາມາດປະຕິບັດຕາມຄຳຮ້ອງຂໍຂອງທ່ານ ລະບົບຈະບັນທຶກຄຳຮ້ອງຂໍຂອງທີ່ຂໍ້ມູນ ພ້ອມກັບເຫດຜົນ ໃນທະບຽນການປະມວນຜົນຂໍ້ມູນສ່ວນບຸກຄົນ.
ນອກຈາກນັ້ນ, ຖ້າທ່ານອາໃສຢູ່ໃນເຮີຣົບ (EEA), ນອກເໜືອຈາກສິດທິທີ່ໄດ້ກ່າວມາຂ້າງເທິງ ແມ່ນທ່ານຍັງມີສິດທີ່ຈະຍື່ນຄຳຮ້ອງທຸກ ກັບເຈົ້າໜ້າທີ່ປົກປ້ອງຂໍ້ມູນໃນທ້ອງຖິ່ນຂອງທ່ານໄດ້.
ເຕັກໂນໂລຊີການຕິດຕາມສ່ວນບຸກຄົນ (Cookies)
ລະບົບໃຊ້ cookies ຫຼື ເຕັກໂນໂລຊີທີ່ຄ້າຍຄືກັນ ເພື່ອກຳນົດ ແລະ ຕິດຕາມຜູ້ໃຊ້ເວັບໄຊ້ ຫຼື ການເຂົ້າເຖິງເວັບໄຊ້ຂອງ xaosao ເພື່ອປັບປຸງປະສົບການຂອງຜູ້ໃຊ້, ປັບປຸງການເຂົ້າເຖິງການໃຊ້ບໍລິການ ຫຼື ໃຫ້ການໂຄສະນາທີ່ເໝາະສົມ. ຖ້າຫາກວ່າ ທ່ານບໍ່ຕ້ອງການທີ່ຈະໄດ້ຮັບການຕິດຕາມໂດຍ cookies, ທ່ານສາມາດກຳນົດການຕັ້ງຄ່າ cookies ຂອງທ່ານໄດ້.
ການຮັກສາຄວາມປອດໄພຂອງຂໍ້ມູນ
xaosao ໄດ້ສ້າງຕັ້ງມາດຕະການຄວາມປອດໄພທີ່ເໝາະສົມ ເພື່ອປ້ອງກັນການສູນເສຍ, ການເຂົ້າເຖິງ, ການນຳໃຊ້, ການປ່ຽນແປງ, ການແກ້ໄຂ, ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນ ໂດຍບໍ່ມີການອະນຸຍາດ ຫຼື ການ ກະທຳທີ່ບໍ່ເໝາະສົມ. ມາດຕະການດັ່ງກ່າວ ຈະຖືກພິຈາລະນາຕາມຄວາມຈຳເປັນ ຫຼື ເມື່ອເຕັກໂນໂລຊີມີ ການປ່ຽນແປງໄປ ເພື່ອຮັບປະກັນປະສິດທິພົນຂອງຂໍ້ມູນ ໃນການຮັກສາຄວາມປອດໄພທີ່ເໝາະສົມ. ມາດ ຕະການນີ້ຈະຮັກສາຄວາມລັບ, ຄວາມຊື່ສັດ ແລະ ຂໍ້ມູນທີ່ມີຢູ່ ເພື່ອປ້ອງກັນການສູນເສຍ, ການເຂົ້າເຖິງ, ການນຳໃຊ້, ການປ່ຽນແປງ, ການດັດແກ້, ຫຼື ການເປີດເຜີຍ.
ນອກຈາກນັ້ນ, ບໍລິສັດຈະສ້າງມາດຕະການຄວາມປອດໄພຂອງຂໍ້ມູນສ່ວນບຸກຄົນ, ຊຶ່ງລວມມີການປົກ ປ້ອງດ້ານບໍລິຫານ, ການປົກປ້ອງດ້ານວິຊາການ ແລະ ການປົກປ້ອງທາງດ້ານຮ່າງກາຍ. ມາດຕະການ ເຫຼົ່ານີ້ ແມ່ນປ້ອງກັນການເຂົ້າເຖິງຂໍ້ມູນສ່ວນບຸກຄົນທີ່ບໍ່ເໝາະສົມ (ການຄອບຄຸມການເຂົ້າເຖິງ), ໄດ້ຮັບ spam, spyware ຫຼື ໄວຣັສ ທ່ານສາມາດລາຍງານເຫດການທີ່ອາດຈະສົ່ງຜົນກະທົບຕໍ່ຄວາມປອດໄພ ຂອງ xaosao ໄດ້ທີ່ເບີໂທ ຫຼື WhatsApp.
Xaosao ໄດ້ສ້າງຕັ້ງລະບົບການຕິດຕາມ ເພື່ອລົບ ຫຼື ທຳລາຍຂໍ້ມູນສ່ວນບຸກຄົນ ເມື່ອມີເງື່ອນໄຂດັ່ງຕໍ່ໄປນີ້:
- ເມື່ອເວລາເກັບກຳ, ນຳໃຊ້ ແລະ ການເປີດເຜີຍໝົດອາຍຸແລ້ວ.
- ໃນເວລາທີ່ຂໍ້ມູນສ່ວນບຸກຄົນບໍ່ກ່ຽວຂ້ອງ ຫຼື ບໍ່ມີຄວາມຈຳເປັນທີ່ຈະເກັບໄວ້.
- ໃນເມື່ອເຈົ້າຂອງຂໍ້ມູນຮ້ອງຂໍ ຫຼື ຖອນການຍິນຍອມ, ຍົກເວັ້ນໃນເວລາທີ່ຂໍ້ມູນສ່ວນບຸກຄົນຖືກລວບລວມໃນການນຳໃຊ້ ຫຼື ເປີດເຜີຍສຳລັບຈຸດປະສົງຂອງການປະຕິບັດສິດເສລິພາບໃນການສະແດງ, ການລວບລວມເອກະສານປະຫວັດ, ການເກັບມ້ຽນ ຫຼື ທີ່ກ່ຽວຂ້ອງກັບການຄົ້ນຄວ້າ ຫຼື ສະຖິຕິ, ການປະຕິບັດໜ້າທີ່ ເພື່ອຜົນປະໂຫຍດສາທາລະນະ, ປະຕິບັດຕາມກົດໝາຍເພື່ອບັນລຸຈຸດປະສົງສະເພາະ, ສ້າງຕັ້ງການຮຽກຮ້ອງທາງດ້ານກົດໝາຍ ແລະ ການປະຕິບັດຕາມ ຫຼື ການຮຽກຮ້ອງທາງດ້ານກົດໝາຍ.
ລາຍງານການລະເມີດຂໍ້ມູນສ່ວນຕົວ
ໃນກໍລະນີ ທີ່ມີການລະເມີດຂໍ້ມູນສ່ວນຕົວຂອງທ່ານ, xaosao ຈະແຈ້ງໃຫ້ຫ້ອງການຂອງຄະນະກຳມະ ການປົກປ້ອງຂໍ້ມູນສ່ວນບຸກຄົນ ໂດຍບໍ່ມີການຊັກຊ້າ, ພາຍໃນ 72 ຊົ່ວໂມງທີ່ຮັບຮູ້ເຖິງການລະເມີດໃຫ້ດີທີ່ ສຸດ. ໃນກໍລະນີທີ່ການລະເມີດມີຄວາມສ່ຽງສູງທີ່ຈະສົ່ງຜົນກະທົບຕໍ່ສິດທິເສລິພາບຂອງທ່ານ, ບໍລິສັດ ຈະແຈ້ງໃຫ້ທ່ານຮູ້ກ່ຽວກັບການລະເມີດ ແລະ ສະໜອງມາດຕະການແກ້ໄຂ ໂດຍບໍ່ມີການຊັກຊ້າຜ່ານຊ່ອງ ທາງຕ່າງໆເຊັ່ນ: ເວັບໄຊ້, ຂໍ້ຄວາມ, ອີເມວ, ໂທລະສັບ ແລະ ອື່ນໆ.
ນະໂຍບາຍຂອງເວັບໄຊທີ່ເຊື່ອມຕໍ່ກັບພາກສ່ວນອື່ນໆ
ນະໂຍບາຍນີ້ ໃຊ້ກັບການໃຫ້ບໍລິການ ອາດຈະປະກອບມີການເຊື່ອມຕໍ່ກັບເວັບໄຊ້ອື່ນໆ ທີ່ບໍ່ໄດ້ເປັນເຈົ້າ ຂອງ ຫຼື ຖືກຄອບຄຸມໂດຍ xaosao. ໃຫ້ເຂົ້າໃຈວ່າ ລະບົບ xaosao ບໍ່ຮັບຜິດຊອບຕໍ່ການປະຕິບັດຄວາມ ເປັນສ່ວນຕົວຂອງເວັບໄຊ້ອື່ນ. ດັ່ງນັ້ນ, xaosao ແນະນຳໃຫ້ທ່ານຕິດຕໍ່ ຫຼື ສຶກສານະໂຍບາຍການປົກ ປ້ອງຂໍ້ມູນສ່ວນບຸກຄົນ ຂອງພາກສ່ວນທີສາມໃຫ້ດີ ກ່ອນທີ່ຈະສະໜອງຂໍ້ມູນສ່ວນບຸກຄົນຂອງທ່ານ ໃຫ້ ພາກສ່ວນທີສາມທີ່ດຳເນີນການຂໍ້ມູນສ່ວນບຸກຄົນ.
ການປ່ຽນແປງໃນນະໂຍບາຍຄວາມເປັນສ່ວນຕົວ
Xaosao ອາດຈະປັບປຸງນະໂຍບາຍນີ້ໃນບາງຄັ້ງຄາວ. ທ່ານສາມາດທິບທວນຄືນຂໍ້ກຳນົດ ແລະ ເງື່ອນໄຂ ຂອງນະໂຍບາຍສະບັບປັບປຸງນີ້ຢູ່ໃນເວັບໄຊ້ຂອງ xaosao ຕາມລາຍລະອຽດຂ້າງລຸ່ມນີ້:
ນະໂຍບາຍນີ້ໄດ້ຮັບການແກ້ໄຂຄັ້ງສຸດທ້າຍ ແລະ ມີຜົນບັງຄັບໃຊ້ໃນວັນທີ 30 ມີນາ 2026.
ຕິດຕໍ່ Support
ສາມາດຕິດຕໍ່ Support ໂດຍກົງໄດ້ທີ:
- ອີເມວ: xaosao95@gmail.com
- ເບີໂທລະສັບ: 20 9108 2600
- WhatsApp: 2091082600
ກຳລັງຊອກຫາເງື່ອນໄຂການໃຫ້ບໍລິການບໍ? ອ່ານເງື່ອນໄຂການໃຫ້ບໍລິການ