ກົດໝາຍ

ເງື່ອນໄຂການໃຫ້ບໍລິການ

Terms & Conditions · ອັບເດດຫຼ້າສຸດ 30 / 03 / 2026

ເງື່ອນໄຂ

ການໃຊ້ຊີວິດໃນປະຈຸບັນ ແມ່ນບໍ່ຄ່ອຍມີເວລາໃນການໄປມາຫາສູ່ກັນຄືສະໄໝກ່ອນ ແລະ ການໃຊ້ໂລກອອນລາຍ ກາຍເປັນສ່ວນໜຶ່ງທີ່ໃຊ້ໃນຊີວິດປະຈຳວັນຂອງຄົນເຮົາສ່ວນຫຼາຍໄປແລ້ວ. ດັ່ງນັ້ນ, ລະບົບເຊົ່າສາວຈຶ່ງສ້າງຂຶ້ນມາເປັນຕົວກາງໃນການໃຫ້ບໍລິການ, ອຳນວຍຄວາມສະດວກ, ຄອບຄຸມການນຳໃຊ້ລະບົບລວມທັງແອັບພລິເຄຊັນມືຖື, ເວັບໄຊ້ ແລະ ການບໍລິການອື່ນໆ ທີ່ກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບທີ່ກຳນົດໄວ້. ກະລຸນາໃຫ້ທຸກໆທ່ານອ່ານເງື່ອນໄຂ ຂອງລະບົບໃຫ້ເຂົ້າໃຈຢ່າງລະອຽດ ກ່ອນຈະລົງທະບຽນ ຫຼື ໃຊ້ບໍລິການ ເພື່ອຄວາມໝັ້ນໃຈສິດທິໃນການນຳໃຊ້ໃນລະບົບຢ່າງຖືກຕ້ອງ.

Xaosao ເຮັດກ່ຽວກັບຫຍັງ?

  • ແມ່ນລະບົບ ຫຼື ແພລດຟອມ ທີ່ເປັນຕົວກາງອຳນວຍຄວາມສະດວກໃນການຫາເພື່ອນ, ຫາຄູ່, ການຈອງເປັນເພື່ອນ ແລະ ຈອງນວດ ເພື່ອສ້າງລາຍໄດ້ເສີມໃນເວລາຫວ່າງໄດ້ອີກດ້ວຍ. ຊຶ່ງເປັນຕົວເຊື່ອມຕໍ່ລະຫວ່າງຜູ້ບ່າວ ແລະ ຜູ້ສາວທີ່ມີຢູ່ໃນສະຖານທີ່ ທີ່ທ່ານກຳລັງຢູ່ໄດ້ຢ່າງງ່າຍຂຶ້ນ ສາມາດຕິດຕໍ່ຫາກັນທັງພາຍໃນ ແລະ ຕ່າງປະເທດໄດ້ຕະຫຼອດເວລາ;
  • ລະຫວ່າງຜູ້ບ່າວ ແລະ ຜູ້ສາວ ສາມາດຈອງກັນເປັນເພື່ອນ ແລະ ຈອງນວດ ຕາມຮ້ານນວດຕ່າງໆ ພ້ອມທັງແຊັດຫາກັນ ເພື່ອສ້າງຄວາມໝັ້ນໃຈ;
  • Xaosao ບໍ່ແມ່ນລະບົບການຄ້າປະເວນີ ຫຼື ການຫຼອກລວງແຕ່ຢ່າງໃດ.

I. ການຂໍສະໝັກບັນຊີ

  1. ຜູ້ສະໝັກ ອາຍຸຕ້ອງມີ 18 ປີ ຂຶ້ນໄປ;
  2. ສະໝັກຟຣີ ບໍ່ມີຄ່າທຳນຽມ;
  3. ຂໍ້ມູນ ແລະ ຮູບພາບຕ້ອງ ແມ່ນຂອງຕົນເອງ;
  4. ຜູ້ສະໝັກ ຕ້ອງສະໝັກໃຈເອງລົງທະບຽນເຂົ້າໃຊ້ລະບົບ;
  5. ຜູ້ສະໝັກທຸກຄົນ ມີສິດໃຊ້ບໍລິການຕາມຄວາມສະໝັກໃຈ ໃນບໍລິການທີ່ທ່ານເໝາະສົມ;
  6. ຜູ້ສະໝັກຕ້ອງມີຈັນຍາບັນແຮງ: ໄປຕາມນັດ ຫຼື ບໍ່ສະດວກໄປ ກໍຕ້ອງແຈ້ງລ່ວງໜ້າ;
  7. ຜູ້ສະໝັກ ສາມາດລົງທະບຽນໄດ້ 2 ບັນຊີຄື: ເບື້ອງຂອງຜູ້ໃຫ້ບໍລິການ 01 ບັນຊີ ແລະ ຜູ້ໃຊ້ບໍລິການ 01 ບັນຊີ ເທົ່ານັ້ນ ໂດຍສາມາດໃຊ້ຂໍ້ມູນດຽວກັນໄດ້ທັງ 2 ບັນຊີ;
  8. ຜູ້ສະໝັກຕ້ອງຈ່າຍເງິນຕາມຂັ້ນຕອນ ໃນລະບຽບຂອງລະບົບ xaosao ກຳນົດໄວ້ ເພື່ອການຄົ້ນຫາ ແລະ ຈອງອື່ນໆ;
  9. ສະໜອງ ແລະ ອະນຸຍາດ ໃຫ້ທາງລະບົບເຂົ້າເຖິງຂໍ້ມູນສ່ວນຕົວຂອງຕົນເອງ ໂດຍບໍ່ມີການແຈ້ງເຕືອນລ່ວງໜ້າ;
  10. ສະໜອງການປ່ຽນແປງ ນະໂຍບາຍຕ່າງໆ ໂດຍບໍ່ມີການແຈ້ງເຕືອນລ່ວງໜ້າ;
  11. ລະບົບຈະດຳເນີນການພິຈາລະນາຍືນຍັນ ຫຼື ບໍ່ຍືນຍັນ ຕາມຂໍ້ມູນຂອງຜູ້ສະໝັກ ພາຍໃຕ້ເງື່ອນໄຂທີ່ເໝາະສົມ ແລະ ຖືກຕ້ອງເທົ່ານັ້ນ ແມ່ນຕ້ອງໃຊ້ໄລຍະເວລາພາຍໃນ 3 ວັນ ເພື່ອການຍືນຍັນ;
  12. ຖ້າທ່ານໃດ ໄດ້ຮັບການອະນຸມັດຍືນຍັນເປັນສະມາຊິກນຳໃຊ້ລະບົບແລ້ວ ແຕ່ມີການກະທຳຕໍ່ຜູ້ໃຊ້ບໍລິການເຊັ່ນ: ບັງຄັບ, ລ່ວງລ້ຳຮ່າງກາຍ ແລະ ປະພຶດທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ນະໂຍບາຍຂອງລະບົບ xaosao ວາງອອກ ແມ່ນລະບົບຈະຖືກລົບຜູ້ກ່ຽວອອກຈາກລະບົບທັນທີ ພ້ອມທັງດຳເນີນຄະດີຕາມກົດໝາຍ.

II. ຂໍ້ຫ້າມ

  1. ຫ້າມໃຊ້ຮູບພາບໂປ້ຂອງຕົນເອງ ຫຼື ຂອງຜູ້ອື່ນລົງສູ່ລະບົບຢ່າງເດັດຂາດ;
  2. ຫ້າມໃຊ້ຄຳເວົ້າທີ່ບໍ່ເໝາະສົມ ແລະ ບໍ່ສຸພາບຄອມເມັ້ນໃຫ້ກັນຢ່າງເດັດຂາດ;
  3. ຫ້າມໃຊ້ຄຳຂາຍ ຫຼື ເຮັດສິ່ງຜິດກົດໝາຍໃນລະບົບຢ່າງເດັດຂາດ;
  4. ຫ້າມຫຼອກລວງ, ເອົາຮູບພາບ, ຂໍ້ມູນຂອງຄົນອື່ນໄປໃຊ້ໃນທາງທີ່ບໍ່ດີເຊັ່ນ: ວິຈານໃຫ້ເຊື່ອມເສຍ ຫຼື ເຮັດສິ່ງຜິດກົດໝາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຢ່າງເດັດຂາດ.

III. ການແກ້ໄຂຂໍ້ຂັດແຍ້ງ

  1. ຖ້າຜູ້ໃຊ້ບໍລິການມີຂໍ້ຂັດແຍ້ງ ບໍ່ວ່າໃນເລື່ອງໃດກໍ່ຕາມ ຕ້ອງລວບລວມຂໍ້ມູນຫຼັກຖານຕ່າງໆທີ່ກ່ຽວຂ້ອງເຊັ່ນ: ຮູບພາບ, ສຽງ, ວີດີໂອ ແລະ ຂໍ້ມູນອື່ນໆທີ່ສາມາດເປັນຫຼັກຖານໄດ້, ສົ່ງຄຳຮ້ອງເປັນລາຍລັກອັກສອນ ໃຫ້ເຊົ່າສາວ ພາຍໃນ 15 ວັນລັດຖະການ;
  2. ລະບົບ ຈະເປັນຜູ້ກວດສອບບັນຫາຂໍ້ຂັດແຍ້ງດັ່ງກ່າວວ່າ ຍ້ອນຫຍັງ, ແມ່ນໃຜ ແລະ ອື່ນໆ;
  3. ທີມຂອງລະບົບ ຈະເຮັດໜ້າທີ່ເປັນຜູ້ໄກ່ເກ່ຍທີ່ເປັນກາງ ລະຫວ່າງຂໍ້ຂັດແຍ້ງດັ່ງກ່າວ ຕາມນະໂຍບາຍ ແລະ ເງື່ອນໄຂຕ່າງໆຂອງລະບົບເຊົ່າສາວກຳນົດໄວ້;
  4. ທັງສອງຝ່າຍຕ້ອງໃຫ້ຄວາມຮ່ວມມືກັນຢ່າງຊັດສັດ ແລະ ໃຫ້ຂໍ້ມູນລາຍລະອຽດທີ່ກ່ຽວຂ້ອງເຊັ່ນ: ຮູບພາບ, ບັນທຶກການສົນທະນາ ຫຼື ຫຼັກຖານອື່ນໆທີ່ກ່ຽວຂ້ອງໃຫ້ທາງລະບົບ;
  5. ຖ້າບໍ່ສາມາດໄກ່ເກ່ຍໃຫ້ບັນລຸຕາມຂໍ້ຕົກລົງ, ພ້ອມໃຫ້ການຮ່ວມມືທັງສອງຝ່າຍ ໃນການແກ້ໄຂຂໍ້ຂັດແຍ້ງ ພາກສ່ວນທີ່ກ່ຽວຂ້ອງ ພາຍໃຕ້ກົດໝາຍຂອງ ສປປລາວ;
  6. ລະບົບມີຄວາມຮັບຜິດຊອບ ພາຍໃນຂອບເຂດການໃຫ້ບໍລິການທີ່ໄດ້ກຳນົດໃນລະບົບເທົ່ານັ້ນ. ຖ້າຜູ້ໃດລະເມີດ ໃຊ້ບໍລິການນອກເໜືອຈາກທີ່ລະບົບໄດ້ກຳນົດ ຫາກເກີດມີບັນຫາຕາມມາ ແມ່ນລະບົບຈະບໍ່ໄດ້ຮັບຜິດຊອບທາງດ້ານຄວາມເສຍຫາຍ ແລະ ທາງດ້ານກົດໝາຍແຕ່ຢ່າງໃດ.

IV. ການປິດບັນຊີ

  1. ຜູ້ກ່ຽວສາມາດລົບບັນຊີຂອງຕົນ ອອກຈາກລະບົບໄດ້ດ້ວຍຕົນເອງ ລວມທັງປະຫວັດການໃຊ້ງານ, ຍອດເງິນໃນບັນຊີ ແລະ ລາຍການບັນທຶກຕ່າງໆທັງໝົດ ຈະຖືກລົບອອກຈາກລະບົບ. ຖ້າພາຍໃນໄລຍະເວລາ 30 ວັນ ເຈົ້າຂອງບັນຊີບໍ່ຮ້ອງຂໍກູ້ຄືນບັນຊີ ເປັນລາຍລັກອັກສອນ ແມ່ນລະບົບຈະລົບອອກຢ່າງຖາວອນ;
  2. ການລົບບັນຊີອອກຖາວອນ ແມ່ນລະບົບຈະແຈ້ງເປັນຂໍ້ຄວາມອີເມວ ຫຼື ເບີໂທລະສັບໃຫ້ລ່ວງໜ້າ ກ່ອນການລົບອອກພາຍໃນ 7 ວັນ;
  3. ບັນຊີໃດທີ່ບໍ່ມີການເຄື່ອນໄຫວເປັນໄລຍະເວລາ 3 ເດືອນ ລະບົບຈະລົບອອກໂດຍອັດຕະໂນມັດ, ແຕ່ລະບົບຈະແຈ້ງທາງອີເມວ ຫຼື ເບີໂທລະສັບລ່ວງໜ້າ 15 ວັນ;
  4. ອາດຈະລະງັບ ຫຼື ປິດບັນຊີໃນກໍລະນີມີການສໍ້ໂກງ, ສ້າງບັນຊີເກີນ, ການສວຍໃຊ້ລະບົບ ໃນທາງທີ່ຜິດກົດໝາຍ ຫຼື ການລະເມີດນະໂຍບາຍຂອງລະບົບ;
  5. ລູກຄ້າ · Customerຍອດເງິນທີ່ຄົງຄ້າງໃນບັນຊີທີ່ຖືກລົບອອກດ້ວຍຕົນເອງ ຫຼື ລະເມີດນະໂຍບາຍຂອງລະບົບ ແມ່ນບໍ່ສາມາດຖອນອອກໄດ້ຄື: (1) ຖ້າບັນຊີຖືກລົບດ້ວຍຕົນເອງ ລະບົບຈະບໍ່ສົ່ງຍອດເງິນທີ່ຍັງເຫຼືອຄືນໃຫ້ແຕ່ຢ່າງໃດ; (2) ກໍລະນີລະບົບລົບບັນຊີຂອງຜູ້ກ່ຽວ ຍ້ອນການບໍ່ປະຕິບັດຕາມເງື່ອນໄຂ ແລະ ຂໍ້ກຳນົດຂອງລະບົບ ຫຼື ເຮັດຜິດກົດໝາຍ ແມ່ນລະບົບຈະບໍ່ຈ່າຍເງິນທີ່ຍັງຄ້າງໃນບັນຊີຄືນໃຫ້ ພ້ອມທັງບວກຄ່າເສຍຫາຍທີ່ຜູ້ກ່ຽວທຳເພີ່ມຕື່ມອີກ.
  6. ຜູ້ໃຫ້ບໍລິການ · Companionຖ້າທ່ານໃດ ໄດ້ຮັບການອະນຸມັດຍືນຍັນເປັນສະມາຊິກໃນລະບົບແລ້ວ ແຕ່ບໍ່ເປີດສະໝັກໃຫ້ບໍລິການ ຢ່າງໜ້ອຍ 1 ຢ່າງ ແມ່ນລະບົບຈະປິດໜ້າຂອງຜູ້ກ່ຽວໃນລະບົບ ພາຍໃນໄລຍະເວລາ 7 ວັນ ນັບຕັ້ງແຕ່ມື້ໄດ້ຮັບການຍືນຍັນ. ຫຼັງຈາກນັ້ນ 30 ວັນ ຖ້າຜູ້ກ່ຽວຢັ້ນບໍ່ຕິດຕໍ່ຫາລະບົບ ເພື່ອເປີດໃຊ້ຄືນ ແມ່ນຈະລົບບັນຊີຂອງຜູ້ກ່ຽວອອກຈາກລະບົບຢ່າງຖາວອນ.
ລູກຄ້າ · Customer

V. ການຄືນເງິນ

ລະບົບສາມາດຄືນເງິນໃຫ້ໄດ້ຕາມເງື່ອນໄຂດັ່ງລຸ່ມນີ້:

  1. ສາມາດຖອນເງິນຄືນຂັ້ນຕ່ຳ 100,000 ກີບ ຂຶ້ນໄປ;
  2. ຄ່າທຳນຽມໃນການດຳເນີນການໂອນເງິນຄືນ 10% ຂອງຍອດເງິນທີ່ໂອນຄືນ;
  3. ໄລຍະເວລາດຳເນີນການໂອນເງິນຄືນ ພາຍໃນ 7 ວັນ;
  4. ໃຫ້ຕິດຕໍ່ ແລະ ພົວພັນການຖອນເງິນຄືນ ທາງອັດມິນໂດຍກົງ.
ລູກຄ້າ · Customer

VI. ຜົນປະໂຫຍດທີ່ຈະໄດ້ຮັບ

  1. ຕອບສະໜອງຕາມຄວາມຕ້ອງການໄດ້ຢ່າງວ່ອງໄວ;
  2. ບໍ່ເສຍເວລາ;
  3. ມີຕົວເລືອກຫຼາຍ ເພື່ອຈອງເປັນເພື່ອນສ້າງສັນ;
  4. ເປັນການສ້າງຄວາມຮູ້ຈັກກັນ ແລະ ເພີ່ມຄວາມຮູ້ – ຄວາມເຂົ້າໃຈກັບສັງຄົມໃຫ້ຫຼາຍຂຶ້ນ.
ຜູ້ໃຫ້ບໍລິການ · Companion

VI. ຜົນປະໂຫຍດທີ່ຈະໄດ້ຮັບ

  1. ໄດ້ຮັບເງິນຈາກການໃຫ້ບໍລິການ ຕາມເວລານັດໝາຍ;
  2. ຄ່າຄອມເມຊັນໃນແຕ່ລະລະດັບ ທີ່ທາງລະບົບກຳນົດໄວ້;
  3. ເງິນໂປຣໂມດຕ່າງໆ ຈາກລະບົບ;
  4. ເປັນການສ້າງເພື່ອນ ແລະ ເພີ່ມຄວາມຮູ້ – ຄວາມເຂົ້າໃຈກັບສັງຄົມໃຫ້ຫຼາຍຂຶ້ນ;

ໝາຍເຫດ: ທ່ານສາມາດຖອນເງິນໄດ້ຕະຫຼອດເວລາ ໂດຍບໍ່ມີຂັ້ນຕ່ຳ ແລະ ທ່ານສາມາດກວດສອບບັນຊີເງິນລາຍຮັບຂອງທ່ານໄດ້ສະເໝີ.

ກຳລັງຊອກຫານະໂຍບາຍຄວາມເປັນສ່ວນຕົວບໍ? ອ່ານນະໂຍບາຍຄວາມເປັນສ່ວນຕົວ